ໂຄງການທັມມະຍາດຕຣາ

“ຮັກບ້ານ ວັດ ໂຮງຮຽນ ແລະຮັກສາສີລ 5”

 

ການເດີນທັມມະຍາດຕຣາຂອງພຸທທະບຸດທັມມະທາຍາດ 1,250ອົງ ເພື່ອລະນຶກເຖິງເສັ້ນທາງການສ້າງບາຣະມີຕະຫຼອດຊີວິດຂອງມະຫາປູຊະນີຍາຈານ ພຣະມົງຄົນເທບມຸນີ (ສົດຈັນທະສະໂຣ) ຜູ້ຄົ້ນພົບວິຊາທັມມະກາຍ

ຕະຫຼອດຊີວິດຂອງພຣະພິກຂຸເປັນຊິວິດຂອງຜູ້ມີທັມອັນສູງສົ່ງ ໃນສັງສາລະວັດທີ່ຍາວໄກ ທີ່ອັນຕະລາຍຢ່າງຫຼວງຫຼາຍແບບນີ້ ຊີວິດນັກບວດແຫ່ງພຣະພຸທທສາສະຫນາ  ເປັນຕົ້ນບຸນຕົ້ນແບບອັນມີຄ່າຄວນແກ່ການລະນຶກເຖິງຄຸນຄວາມດີ ແລະສຶກສາຄຳສອນ ທີ່ແນະແນວທາງເຕືອນໃຫ້ເຂົ້າໃຈວ່າຊີວິດເປັນທຸກ ວ່າຊີວິດຂອງຜູ້ຄອງເຮືອນທົ່ວໄປນັ້ນ ແລະການດຳເນີນຊີວິດຂອງຄົນທັງຫຼາຍລ້ວນຕ້ອງວົນວຽນຢູ່ໃນເລື່ອງຄວາມຮັບຜິດຊອບເລື່ອງຕ່າງໆຮອບຕົວ ໂດຍສະເພາະຢ່າງຍິ່ງເລື່ອງກຽວກັບຄອບຄົວ ຈຶ່ງຄວນທີ່ຈະຫາຫົນທາງໃຫ້ໂອກາດແກ່ຕົນເອງ ອຸທິດເວລາໃຫ້ກັບການສະສົມບຸນຄຸນຄວາມດີເພື່ອຈະໄດ້ເຂົ້າເຖິງເປົ້າຫມາຍແຫ່ງຄວາມສຸກຢ່າງຍິ່ງ ຄື ພຣະນິບພານ

ຊີວິດສະມານະເປັນຊີວິດທີ່ທວນກະແສກິເລສ ບໍ່ຄືທາງໂລກທີ່ໄຫຼໄປຕາມກະແສກິເລສ ຊີວິດສະມານະມີອິດສະຫຼະພາບ ປອດໂປ່ງຈາກຄວາມວິກຕົກກັງວົນ ແລະຄວາມຜູກພັນທັງຫຼາຍ ຄວາມສຳລວມສະຫງົບຫນ້າເລື້ອມໃສທັງໃນຄວາມຄິດ ຄຳເວົ້າແລະການກະທຳ ພຣະພິກຂຸຈະໃຫ້ຄວາມຈົດຈໍ່ແລະສົນໃຈ ລະມັດລະວັງໃນສີລຂອງເພິ່ນ ອັນເປັນພຸທທະວິໄນ ການປະຕິບັດສະມາທິພາວະນາແລະການພັດທະນາຈິດໃຈໃຫ້ມີດວງປັນຍາບໍລິສຸຸດ

ທັມມະຍາດຕຣາແມ່ນຫຍັງ ?

ເມື່ອໄດ້ບັນພະຊາອຸປະສົມບົດເປັນພຣະພິກຂຸແລ້ວ ຈະຕ້ອງຜ່ານພົ້ນເຝິກຝົນການອົບຣົມຕົນເອງໃນເລື່ອງວິໄນ ຄວາມເຄົາລົບແລະຄວາມອົດທົນ ການເດີນທັມມະຍາດຕຣາເປັນບົດເຝິກຢ່າງຫນຶ່ງ ສຳຫຼັບພຣະພິກຂຸຜູ້ບວດໃຫມ່.

ຄຳວ່າທັມມະຍາດຕຣາມີຮາກສັບມາຈາກຄຳວ່າ “ທັມມະ” ກັບຄຳວ່າ “ຍາດຕຣາ” ຄຳວ່າ ທັມມະ ຫມາຍເຖິງ ສະພາວະທັມຄວາມດີ ສ່ວນຄຳວ່າຍາດຕຣາ ຫມາຍເຖິງ ຄວາມເປັນໄປແຫ່ງຊີວິດ ຫຼືຄວາມອອກໄປຈາກທຸກ ດັັ່ງນັ້ນຄຳວ່າ ທັມມະຍາດຕຣາ ຫມາຍເຖິງ ການດຳເນີນໄປດ້ວຍທັມ ເຊິ່ງມີຄວາມຫມາຍວ່າການດຳເນີນອອກໄປຈາກທຸກທາງກາຍແລະທຸກທາງໃຈ ດ້ວຍທັມມະຂອງພຣະສັມມາສັມພຸທທະເຈົ້າ ຫຼືມີອີກຄວາມຫມາຍຫນຶ່ງວ່າເປັນທັມມະຈາຣິກ ຫມາຍເຖິງ ການເດີນທາງເພື່ອປະກາດທັັມດ້ວຍການຍ່າງຕີນເປົ່າ ຂອງພຣະພິກຂຸໃນພຣະພຸທທະສາສະຫນາ ເປັນກຸ່ມໃຫຍ່ ໄປໃນທຸກທິດທຸກທາງ ຫຼາຍ ໆ ແຫ່ງ ເພື່ອເຜີຍແຜ່ຄຸນນະທັມຄວາມດີ ແລະຍັງເປັນກຸດສະໂລບາຍ ວິທີການເຝິກຝົນອົບຮົມຕົນເອງຂອງພຣະພິກຂຸ ເພື່ອເອົາຊະນະແກ້ໄຂນິໄສ ຄວາມບໍ່ດີຕ່າງ ໆ ດ້ວຍຄຳສອນຂອງພຣະສັມມາສັມພຸທທະເຈົ້າ

ໂຄງການທັມມະຍາດຕຣາຄັ້ງທີ່ 11 ເຊິ່ງມີພຣະພິກຂຸໃນພຣະພຸທທະສາສະຫນາຮ່ວມເດີນທັມມະຍາດຕຣາ 1,250ອົງ ໂດຍເລີ້ມໂຄງການຕັ້ງແຕ່ວັນທີ 2-31 ມັງກອນ ພ.ສ.2566 ຕະຫຼອດເສັ້ນທາງທັມມະຍາດຕຣານັ້ນປະຊາຊົນທົ່ວໄປຈະໄດ້ມີໂອກາດອະນຸໂມທະນາສາທຸການ ຕາມເສັ້ນທາງທີ່ໂຮຍດ້ວຍກີບດອກໄມ້ເພື່ອບູຊາພຣະຣັດຕະນະໄຕຣ ພາບເປັນມຸງຄຸນຫຼາຍທີ່ໄດ້ເຫັນພຣະສົງຫມູ່ໃຫຍ່ ພ້ອມພຽງກັນເດີນທາງດ້ວຍຄວາມສະຫງົບ ສະຫງ່າງາມ ຫນ້າເລື້ອມໃສ ເປັນແຮງບັນດານໃຈ ສ້າງສັດທາໃຫ້ແກ່ຜູ້ທີ່ຍັງບໍ່ມີຄວາມເລື້ອມໃສ ແລະຕອກຢ້ຳຄວາມປຮະທັບໃຈໃຫ້ແກ່ຜູ້ເລື້ອມໃສຢູ່ແລ້ວ ຈະມີຄວາມເລື້ອມໃສໃຫ້ຫນັກແຫນ້ນຍິ່ງຂຶ້ນ

ການໂຮຍກີບດອກໄມ້ໃນທາງຍ່າງເພື່ອຕ້ອນຮັບພິກຂຸສົງ ໄດ້ເຄີຍເກີດຂຶ້ນໃນຄັ້ງພຸທທະການ ດັ່ງຈະເຫັນປາກົດຈາລຶກໃນພຣະໄຕຣປິດົກ ກ່ຽວກັບການທີ່ພຣະສັມມາສັມພຸທທະເຈົ້າ ໄດ້ນຳພຣະສົງສາວົກ ເດີນທຸດົງທັມມະຍາດຕຣາ ມີຄັ້ງຫນຶ່ງມີເຫດການໄພພິບັດຄັ້ງໃຫຍ່ຫຼາຍ ເກີດຂຶ້ນທີ່ເມືອງໄວສາລີ ປະຊາຊົນໃນເມືອງນັ້ນໄດ້ຮັບທຸກຂະເວດທະນາຈາກໂຣກລະບາດຮ້າຍແຮງຢ່າງຫຼວງຫຼາຍ ຈົນມີຜູ້ຄົນລົ້ມຕາຍ ສົບທັບຖົມກອງຮາວກັບພູເຂົາສູງ ໃນເວລາແບບນັ້ນທາງການເມືອງໄວສາລີໄດ້ຂາບອາລາດທະນາພຣະສັມມາສັມພຸທທະເຈົ້າໃຫ້ສະເດັດໄປໂຜດ ພຣະສັມມາສັມພຸທທະເຈົ້າໄດ້ຮັບອາຣາດທະນາແລ້ວ ກໍ່ໄດ້ສະເດັດທັມມະຍາດຕຣາດ້ວຍພຣະສົງຫມູ່ໃຫຍ່ 500ອົງ ອອກຈາກເມືອງຣາດຊະຄຣຶດໂດຍພຣະເຈົ້າພິມພິສານ ໄດ້ກະກຽມເສັ້ນທາງການເດີນຕະຫຼອດໄລຍະ 80 ກິໂລແມັດ ດ້ວຍການປະດັບເອ້ທຸງ ແລະກາສັນຍະລັກ ມີຄັນຮົ່ມກາງກັ້ງແລະໂຮຍກີບດອກໄມ້ນາໆ ຊະນິດ 5 ສີຕາມທາງຍ່າງ ຊາວເມືອງທີ່ພັກອາສາໄສຕາມແຄມທາງຕ່າງກໍ່ອອກມາຊ່ວຍທຳຄວາມສະອາດຕາມຖະຫນົນຫົນທາງຍ່າງ ຕ່າງກໍ່ຊ່ວຍກັນປະດັບຕົບແຕ່ງພວງດອກໄມ້ ອັນວິຈິດປານີດ ພ້ອມກັບໂຮຍກີບດອກໄມ້ນາໆຊະນິດ 10ສີເພື່ອເປັນການສະແດງຄວາມເຄົາລົບບູຊາ ແລະຕ້ອນຮັບການເດີນທັມມະຍາດຕຣາ ຂອງພຣະສັມມາສັມພຸທທະເຈົ້າແລະຫມູ່ສົງ

ຊີວິດການສ້າງບາຣະມີຂອງພຣະມົງຄົນເທບມຸນີ ຫລວງພໍ່ວັດປາກນ້ຳພາສີຈະເລີນ ມະຫາປູຊະນີຍາຈານທ່ານນີ້ ມີຄວາມສຳຄັນຕໍ່ເສັ້ນທາງການເດີນທັມມະຍາດຕຣາແບບໃດ

ຕະຫຼອດເສັ້ນທາງທັມມະຍາດຕຣາຂອງພຣະທັມມະທາຍາດໃນໂຄງການຄັ້ງນີ້ ນອກຈາກເປັນໂອກາດຂອງທ່ານທັງຫຼາຍໃນການເຝິກຝົນອົບຮົມຕົນເອງແລ້ວ ຍັງເປັນການນ້ອມລະນຶກເຖິງ ມະຫາກາລຸນາອັນຍິ່ງໃຫຍ່ ສຸດປະມານຂອງມະຫາປູຊະນີຍາຈານພຣະມົງຄົນເທບມຸນີ (ສົດ ຈັນທະສະໂຣ) ຜູ້ຄົ້ນພົບວິຊາທັມມະກາຍ ທ່ານເປັນຜູ້ມີຄຸນນະທັມອັນປ່ຽມລົ້ນ ມີອານຸພາບແບບປະມານບໍ່ໄດ້ ທ່ານໄດ້ສະລະຊີວິດເປັນເດີມພັນ ໃນການສະສົມບຸນບາຣະມີຕາມຮອຍບາດພຣະບໍຣົມມະສາດສະດາ ອຸທິດຊີວິດຕະຫຼອດເວລາເພື່ອເຝິກຝົນຕົນເອງ ແລະແນະນຳສັ່ງສອນສາທຸຊົນໃນການປະຕິບັດທັມ ເພື່ອທຸກຄົນຈະໄດ້ເຂົ້າເຖິງພຣະທັມມະກາຍ ເຮັດໃຫ້ມີຜູ້ບັນລຸທັມຕາມທ່ານທັງຄົນໄທ ແລະຄົນຕ່າງປະເທດ ເປັນການບັນລຸເຖິງເປົ້າຫມາຍ ໄດ້ທີ່ເພິ່ງທີ່ແທ້ຈິງອັນສູງສຸດ ຂອງການເກີດມາເປັນມະນຸດຜູ້ໄດ້ພົບພຣະພຸທທະສາສະຫນາ

ອະນຸສອນສະຖານສຳຄັນ 7 ແຫ່ງທີ່ກ່ຽວຂ້ອງກັບມະຫາປູຊະນີຍາຈານ ຕາມເສັ້ນທາງບູຊາທັມຂອງໂຄງການທັມມະຍາດຕຣາ

1.ສະຖານທີ່ເກີດ

ທີ່ໂລຕັດແລນ ໃນອຳເພີສອງພີ່ນ້ອງ ຈັງຫວັດສຸພັນ

2.ສະຖານທີ່ຕັ້ງມະໂນປະນິທານບວດຕະຫຼອດຊີວິດ

ຢູ່ຄອງລັດບາງນາງແທ່ນ ຢູ່ເຫນືອຕະຫຼາດໃຫມ່ ແມ່ນ້ຳນະຄອນໄຊສີ ອຳເພີສາມພານ ຈັງຫວັດນະຄອນປະຖົມ

3.ສຖານທີ່ບັນພະຊາອຸປະສົມບົດ

ທີ່ວັດສອງພີ່ນ້ອງ ຄອງສອງພີ່ນ້ອງ ເຂດຕົ້ນຕານ ຈັງຫວັດສຸພັນບຸຣີ

4.ສະຖານທີ່ບັນລຸທັມມະກາຍ

ຢູ່ວັດໂບດບົນ ອຳເພີບາງຄູວຽງ ຄອງບາງກອກນ້ອຍ ຈັງຫວັດນົນທະບຸຣີ

5.ສະຖານທີ່ເຜີຍແຜ່ວິຊາທັມມະກາຍແຫ່ງທັມອິດ

ຢູ່ວັດບາງປາ ອຳເພີບາງເລນ ຈັງຫວັດນະຄອນປະຖົມ

6.ສະຖານທີ່ປັກຫຼັກສອນວິຊາທັມມະກາຍ

ຢູ່ວັດປາກນ້ຳພາສີຈະເລີນ ກຸງເທບມະຫານະຄອນ

7.ສູນກາງແຫ່ງການເຜີຍແຜ່ວິຊາທັມມະກາຍໄປທົ່ວໂລກ

(ເປັນສະຖານທີ່ທີ່ມະຫາປູຊະນີຍາຈານທ່ານມີຄວາມປາດຖະຫນາທີ່ຈະໃຫ້ວິຊາທັມມະກາຍເຜີຍແຜ່ໄປທົ່ວໂລກ) ຢູ່ວັດພຣະທັມມະກາຍ ອຳເພີຄອງຫຼວງ ຈັງຫວັດປະທຸມທານີ

ອະນຸສອນສະຖານສຳຄັນທັງ 7 ແຫ່ງນີ້ມີປະຫວັດຊິີວິດຂອງມະຫາປູຊະນີຍາຈານຈາລຶກໄວ້ຕັ້ງແຕ່ເລື່ອງລາວທີ່ເພິ່ນໄດ້ສະສົມບຸນບາຣະມີຕັ້ງແຕ່ຍັງນ້ອຍ ແລະຕະຫຼອດຊີວິດໃນເພດສະມານະ ທີ່ອຸທິດຊີວິດໃນປີຕໍ່ໆມາ ໃນແຕ່ລະອະນຸສອນສະຖານປະດິດສະຖານອົງຈຳລອງທອງຄຳຂະຫນາດໃຫຍ່ຂອງມະຫາປູຊະນີຍາຈານ ເຊິ່ງສ້າງຖວາຍໂດຍສິດຍານຸສິດຈາກທົ່ວທຸກມຸມໂລກເພື່ອເປັນກະຕັນຍູບູຊາທັມທ່ານ ແລະເປັນການໃຫ້ອະນຸຊົນທີ່ໄດ້ມາຂາບສັກກາລະບູຊາ ໄດ້ລະນຶກເຖິງມະຫາກາລຸນາ ແລະຄຸນນະທັມຄວາມດີງາມຂອງທ່ານ ຈະໄດ້ຮຽນຮູ້ສຶກສາທີ່ມາຂອງອະນຸສອນສະຖານ ແລະພຣະຄຸນອັນຍິ່ງໃຫຍ່ທີ່ທ່ານໄດ້ສະລະຊີວິດເປັນເດີມພັນ

ພຣະພິກຂຸສົງ ສາທຸຊົນ ແລະສັງຄົມຈະໄດ້ປະໂຫຍດຫຍັງແນ່ຈາກການເດີນທັມມະຍາດຕຣາ ?

ພຣະພິກຂຸສົງຈະໄດ້ມີໂອກາດເຝິກຝົນອົບຮົມຕົນເອງໃນເລື່ອງວິໄນ ຄວາມເຄົາລົບເລື້ອມໃສ ຄວາມອົດທົນ ແລະການໃຊ້ຊີວິດແບບບໍ່ຕຶງບໍ່ເຄັ່ງ ເພື່ອຢູ່ຮ່ວມກັນຢ່າງເປັນສຸກໃນຫມູ່ພິກຂຸສົງ ອີກປະການຫນຶ່ງການຍ່າງຕີນເປົ່າທັມມະຍາດຕຣາເປັນການເຝິກສະມາທິຢ່າງຫນຶ່ງ ເຊິ່ງຈະຕ້ອງລະມັດລະວັງສຸຂະພາບໃຫ້ແຂງແຮງ ຮູ້ຈັກວິທີການດູແລຕົນເອງທີ່ຈະບັນເທົາອາການເຈັບປ່ວຍໃນລະຫວ່າງທາງ ຮູ້ຈັກການປ່ອຍວາງເຂົ້າຂອງເຄື່ອງໃຊ້ ແລະຮ່າງກາຍ ສະຫຼະຄວາມສະດວກສະບາຍ ສະຫຼະສິ່ງຂອງ ລວມທັງເຝິກຝົນຫັກຫ້າມຄວາມຮູ້ສຶກ ແລະເອົາຊະນະໃຈຕົນເອງ ສິ່ງທີ່ມາກະທົບອາລົມຕ່າງ ໆ

ສຳຫຼັບສາທຸຊົນນັ້ນກໍ່ໄດ້ມີໂອກາດອະນຸໂມທະນາສາທຸການ ຕ້ອນຮັບພຣະພິກຂຸສົງເປັນການເຊື່ອມສາຍບຸນໃຫຍ່ ເພາະການໄດ້ເຫັນທັມມະຍາດຕຣາ ເປັນມຸງຄຸນຢ່າງຍິ່ງ ຜູ້ໃດມີຈິດໃຈເລື້ອມໃສສັດທາໃນການອະນຸໂມທະນາບຸນ ກັບກຸສົນກັບພຣະພິກຂຸສົງຜູ້ເຮັດຄຸນຄວາມດີດວ້ຍການເດີນທັມມະຍາດຕຣາ ຂອງທ່ານ ຍ່ອມໄດ້ຮັບອານິສົງຜົນບຸນອັນຍິ່ງໃຫຍ່ສຸດຈະນັບປະມານບໍ່ໄດ້

ໂຄງການທັມມະຍາດຕຣາຄັ້ງທີ 11ນີ້ ສາທຸຊົນໃນພື້ນທີ່ຈະໄດ້ມີໂອກາດຮ່ວມກິດຈະກຳສະ ສົມບຸນຫຼາຍຢ່າງກັບພຣະທັມມະຍາດຕຣາຄື

  1. ທຳຄວາມສະອາດແລະບຳລຸງຮັກສາວັດໃນຊຸມຊົນ
  2. ໄດ້ຟັງພຣະທັມມະເທດສະຫນາ
  3. ໄດ້ສູດມົນທຳວັດເຊົ້າທຳວັດແລງ ແລະສູດບົດທັມມະຈັກກັບປະວັດຕະນະສູດ
  4. ນັ່ງສະມາທິຈະເລີນພາວະນາ
  5. ຖວາຍພັດຕາຫານເຊົ້າ
  6. ທຳບຸນຖວາຍສັງຂະທານນຳວັດຕ່າງໆ 101 ແຫ່ງ
  7. ຮ່ວມກັນໂຮຍກີບດອກໄມ້ເພື່ອຕ້ອນຮັບພຣະທັມມະຍາດຕຣາ
  8. ຮ່ວມກັນຈຸດໂຄມປະທີບເປັນການສັກກະລະບູຊາແດ່ພຣະຣັດຕະນະໄຕຣແລະບູຊາທັມມະຫາປູຊະນີຍາຈານ

ທັງຫມົດທີ່ກ່າວມານີ້ເປັນກິດຈະກຳທີ່ເກີດຂຶ້ນຕາມຮອຍພຸທທະປະເພນີ ເປັນການປູກຝັງໃຫ້ເກີດຄວາມຮັກສາມັກຄີໃນຫມູ່ຊຸມຊົນທີ່ຢູ່ຮ່ວມກັນ ທັງຢູ່ວັດ ບ້ານ ໂຮງຮຽນໃນຊຸມຊົນນັ້ນໆ ປູກຝັງຄວາມເລື້ອມໃສສັດທາໃນພຣະພຸທທະສາສະຫນາ ໃຫ້ເຍົາວະຊົນແລະສັງຄົມທຸກຫມູ່ເຫຼົ່າ ໃຫ້ທຸກໆ ຄົນໄດ້ມີໂອກາດຮຽນຮູ້ພຣະພຸທທະສາສະຫນາແລະວັດທະນະທັມຊາວພຸທ ເຊິ່ງຈະເຮັດໃຫ້ເກີດມີຄວາມຮັກຄວາມອົບອຸ່ນດູແລເອົາໃຈໃສ່ກັນ ຄວາມມີເມດຕາທັມຕໍ່ກັນ ຄວາມເຫັນອົກເຫັນໃຈຕໍ່ກັນ ຄວາມອ່ອນນ້ອມຖ່ອມຕົນ ການທີ່ໄດ້ມີຄວາມຮັກຕໍ່ພຣະພຸທທະສາສະຫນາ ແລະອຸປະຖຳຄ້ຳຊູພຣະພຸທທະສາສະຫນາຈະຊ່ວຍກັນເຮັດໃຫ້ວັດທະນາຖາວອນສືບຕໍ່ໄປ ຈົນເປັນມໍລະດົກການສ້າງຄວາມດີແກ່ລູກຫຼານເຍົາວະຊົນລຸ່ນຫຼັງຕໍ່ໆມາ

ສະນັ້ນໂຄງການທັມມະຍາດຕຣາເປັນໂຄງການທີ່ມີຄຸນປະໂຫຍດຢ່າງຫຼວງຫຼາຍ ໂດຍເລີ້ມຕົ້ນມາຈາກພຣະພິກຂຸສົງຕັ້ງໃຈເຝິກຝົນອົບຮົມຕົນເອງ ປະຕິບັດທັມຈະເລີນສະມາທິພາວະນາ ເຝິກຝົນຕົນເອງ ໃຫ້ມີຄວາມບໍລິສຸດທັງຄວາມຄິດ ຄຳເວົ້າ ການກະທຳ ເພື່ອໃຫ້ເປັນຕົ້ນບຸນຕົ້ນແບບ ແກ່ສາທຸຊົນທັງຫຼາຍ ຂໍ້ວັດປະຕິບັດ ໃນກິດຈະວັດກິດຈະກຳ ໃນການທຳຄວາມດີຂອງພຣະພິກຂຸສົງ ເປັນການສ້າງແຮງບັນດານໃຈທີ່ດີຫຼາຍ ເພື່ອໃຫ້ທຸກຄົນເຮັດຄວາມດີ ການເຮັດຄວາມດີຂອງທຸກໆ ຄົນຕໍ່ໆ ກັນໄປ ມີຄົນດີເພີ່ມຂຶ້ນທຸກຫົນທຸກແຫ່ງ ຍ່ອມມີຜົນແຜ່ຂະຫຍາຍ ໄປສູ່ທຸກຫົນທຸກແຫ່ງ ທົ່ວທຸກໆ ປະເທດແລະຍ່ອມນຳສັນຕິສຸກມາສູ່ຊາວໂລກໃນທີ່ສຸດ

ສັນຕິພາບໂລກເກີດຈາກສັນຕິສຸກພາຍໃນ